ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຢ້ຽມຢາມ ແລະ
ເຮັດວຽກຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ


     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ
ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໃນວັນທີ 6 ຕຸລາ 2023 ທີ່ຜ່ານມານີ້, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີ
ໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ພ້ອມດ້ວຍຄະນະ.

     ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ລາຍງານໂດຍຫຍໍ້ໃນການປະຕິບັດໜ້າທີ່ວຽກງານທີ່ພົ້ນເດັ່ນຢ່າງຮອບດ້ານ ແລະ ເປັນຮູບປະ
ທໍາຕົວຈິງຕາມທິດຊີ້ນໍາຂອງພັກ-ລັດ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ໂດຍສະເພາະແມ່ນໄດ້ນໍາເອົາບັນດາມະ
ຕິຄໍາສັ່ງ, ຂໍ້ກໍານົດລະບຽບ, ກົດໝາຍຂອງພັກ-ລັດ, ຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມາຊິກ
ພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນ
ທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສຫັນລົງກໍ່ສ້າງຖານການເມືອງ
ແບບມູນເຊື້ອ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມທິດຊີ້ນໍາຂອງຂັ້ນເທິງ ເຮັດໃຫ້ຂອບເຂດຂອງກົມກອງ
ຕັ້ງທັບຢູ່ມີຄວາມສະຫງົບປອດໄພໂດຍພື້ນຖານ. ການລົງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດ
ຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາ, ຢ້ຽມຢາມເບິ່ງການຈັດຕັ້ງປະຕິບັດໂຄງການກໍ່ສ້າງສໍານັກງານ ກອງບັນ
ຊາການທະຫານແຂວງບໍ່ແກ້ວ ແຫ່ງໃໝ່ (ຄ້າຍປ່າໄລ່), ຕັ້ງຢູ່ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ມີເນື້ອທີ່ທັງໝົດ (350x450 ແມັດ)
ເທົ່າກັບ 15 ເຮັກຕາ ປະກອບມີ 10 ແຜນວຽກ. ໂຄງການດັ່ງກ່າວໄດ້ຮັບອະນຸມັດເຂົ້າໃນແຜນການລົງທຶນຂອງລັດ ສົກປີ 2013-2014, ເປັນ
ໂຄງການ ປະເພດ I, ລວມມູນຄ່າໂຄງການ 66,606 ລ້ານກີບ ໃນສົກປີ 2018-2022 ໂຄງການປະຕິບັດໄດ້ 65,83%, ຈົນມາເຖິງປະຈຸບັນ
ບໍລິສັດໄດ້ສືບຕໍ່ສຸມໃສ່ກໍ່ສ້າງບັນດາໜ້າວຽກທີ່ຍັງຄົງຄ້າງຢູ່ໃນຕຶກໃຫຍ່ຫ້ອງການ ສາມາດປະຕິບັດໜ້າວຽກໄດ້ 11,68% ເຊິ່ງມີບັນດາໜ້າວຽກທີ່
ປະຕິບັດໄດ້ຄື: ອານາໄມສະຖານທີ່, ເດີນລະບົບນໍ້າ-ລະບົບໄຟພາຍໃນອາຄານ, ວຽກຕິດຕັ້ງເພດານ, ທາສີຮອງພື້ນ, ປັບປຸງແປງຮອງລະບາຍນໍ້າ
ອ້ອມອາຄານ ແລະ ເທກັນເປື້ອນອ້ອມອາຄານ. ໂອກາດທີ່ລົງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ພ້ອມ
ດ້ວຍຄະນະ ໄດ້ມອບເຄື່ອງກິລາຈຳນວນໜຶ່ງ ແລະ ທ່ານ ອຸທິດ ນັນທະວົງ ປະທານບໍລິສັດ ເອັນທີວີ ( NTV) ໄດ້ມອບເງິນຈໍານວນ 150 ລ້ານກີບ
ໃຫ້ກອງບັນຊາການທະຫານເມືອງເມິງ ແຂວງບໍ່ແກ້ວ ເພື່ອເປັນການປະກອບສ່ວນສຸກຍູ້ເຂົ້າໃນວຽກງານການເຄື່ອນໄຫວຕ່າງໆ ແລະ ກິດຈະກໍາ
ກິລາຂອງກອງບັນຊາການທະຫານແຂວງບໍ່ແກ້ວ ຕື່ມອີກ.

     ໃນໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມ ແລະ ຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ເຊີ່ງສະຫາຍ
ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົມຮົມ ການເມືອງ-
ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ແລະ ຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ຕິດ
ພັນກັບປັບປຸງເຮັດໜ້າທີ່ວຽກງານວິຊາສະເພາະ ກໍ່ຄືໜ້າທີ່ການເມືອງຂອງກົມກອງໃຫ້ໄດ້ຮັບຜົນສໍາເລັດສູງ ເພື່ອພັດທະນາກົມກອງໃຫ້ມີຄວາມ
ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.

ແຫຼ່ງຂ່າວໂດຍ ວໍລະສິດ ພິດສະຫາຍ
ວັນທີ 11/10/2023